GAME RUBLE

Wednesday, August 18, 2021

5 ຂໍ້ເສຍຂອງການນອນເດິກ ຮູ້ແລ້ວຢ່າເຮັດເດັດຂາດ

 ການນອນເດິກນັ້ນມີຜົນເສຍຫາຍຫລາຍຢ່າງ ເຊິ່ງຈະມີຫຍັງແດ່ນັ້ນເຮົາໄປເບິ່ງນຳກັນເລີຍ



1.ສະໝອງທຳງານບໍ່ເຕັມທີ່: ການອົດນອນຈະສາມາດສົ່ງຜົນໃຫ້ສະໝອງຂອງເຮົາເຮັດວຽກຜິດພາດ ບໍ່ສາາດເຮັດວຽກໄດ້ຢ່າງເຕັມທີ່ຫຼືເຮັດວຽກໄດ້ຊ້າລົງ

ປະສິດທິພາບໃນການຮັບຮູ້ ຮຽນຮູ້ແລະຄວາມຈຳຂອງເຮົາກໍ່ຈະສັ້ນລົງ ຫຼື ເກີດອາການທີ່ເອີ້ນກັນວ່າເບີໆຫຼືຊຶງໆ.

-----------------------------

ສົນໃຈລົງໂຄສະນາ: 91075963

----------------------------

2.ຮ່າງກາຍອ່ອນເພຍ: ການນອນກໍ່ເປັນຄືກັບການສະສົມພະລັງງານໃຫ້ກັບຮ່າງກາຍ ການທີ່ເຮົາອົດນອນຈະເຮັດໃຫ້ຮ່າງກາຍຂອງເຮົາບໍ່ໄດ້ສຳຮອງພະລັງງານໄວ້ໃຊ້

ເຮັດໃຫ້ເຮົາຕ້ອງຝືນພະລັງງານທີ່ມີໄວ້ສຳລັບການຟື້ນຟູຮ່າງກາຍເຊິງຖ້າອົດນອນພຽງໄລຍະສັ້ນໆກໍ່ອາດຈະບໍ່ເປັນຫຍັງຫຼາຍແຕ່ຖ້າອົດນອນຕິດຕໍ່ກັນເປັນເວລານານໆຈະສົ່ງຜົນໃຫ້ຮ່າງກາຍເຮົາອ່ອນແຮງລົງຈົນປ່ວຍໄດ້ເລີຍ.

3.ຫງຸດຫງິດອາລົມເສຍງ່າຍ: ການທີ່ເຮົານອນບໍ່ພໍຫຼືອົດນອນຈະມີແນວໂນ້ມເຮັດໃຫ້ເຮົາກາຍເປັນຄົນອາລົມແປປວນ ເຊິ່ງອາລົມແປປວນໃນທີ່ນີ້ບໍ່ໄດ້ມີແຕ່ອາລົມໂມໂຫເທົ່ານັ້ນແຕ່ຍັງ

ລວມເຖິງຄວາມຕຶງຄຽດຄວາມເສົ້າແລະອາລົມອື່ນໆອີກດ້ວຍ ເພາະຄົນທີ່ອົດນອນຈະຄວບຄຸມອາລົມໄດ້ຍາກ ແລະ ເຮັດໃຫ້ອາລົມເກີດການຫງຸດຫງິດໄປມາງ່າຍກວ່າຄົນທີ່ນອນພຽງພໍ.

4.ປະສິດທິພາບທາງເພດເສື່ອມລົງ(ການໄຫລວຽນເລືອດຜິດປົກະຕິປະຈຳເດືອນມາບໍ່ປົກະຕິຫລ່ືບໍ່ມາເລີຍກໍ່ມີ): ການນອນເດິກຈະເຮັດໃຫ້ຮ່າງຂອງເຮົາຜະລິດຮໍໂມນຜິດປົກກະຕິ ແລະ ຖ້າເຮົາຍິ່ງອົດນອນກໍ່ຈະມີຜົນຕໍ່ຮໍໂມນເພດຂອງເຮົາ

ເຊິ່ງເມື່ອເຮົາຜະລິດຮໍໂມນເພດນ້ອຍລົງມັນຈະສົ່ງຜົນຕໍ່ຄວາມຕ້ອງການທາງເພດແລະປະສິດທິພາບທາງເພດ ເຊິ່ງອາດຈະເຮັດໃຫ້ເກີດບັນຫາເລື່ອງການມີເພດສຳພັນຕ່າງໆຕາມມາໄດ້.

5.ເຮັດໃຫ້ຕຸ້ຍຂຶ້ນ: ຄົນທີ່ນອນບໍ່ພໍຫຼືມີການອົດນອນຕິດຕໍ່ກັນຈະສົ່ງຜົນໃຫ້ລະບົບເເຜົາຜານຂອງຮ່າງກາຍເຮັດວຽກຜິດປົກກະຕິແລະເຮັດໃຫ້ຮ່າງກາຍກຳຈັດໄຂມັນສ່ວນເກີນໄດ້ນ້ອຍລົງ

ນອກຈາກນີ້ການອົດນອນຈະເຮັດໃຫ້ເຮົາຢາກກິນອາຫານຫຼາຍຂຶ້ນ ເຮັດໃຫ້ກິນຫຼາຍຂຶ້ນແລະກາຍເປັນຕົ້ນເຫດຂອງນ້ຳໜັກເພີ່ມຂຶ້ນ.

-----------------------------

ສົນໃຈລົງໂຄສະນາ: 91075963


Share:

0 comments:

Post a Comment

Note: Only a member of this blog may post a comment.

SE-ED ONLINE

OfficeMate

ADIDAS THAILAND

BITCOINGAME

cashtravel

Free-trx

Free-TRX.com: Claim Free TRX every 30 min!
Copyright © ALL CRYPTOCURRENCY RUBLE AN AND INVESTMENT เว็บหาเงินออนไลน์ และ ชื้ - ขาย เหลียน Crypto | kai kh & a m |kham 4.0